ຫ້ອງວ່າການປົກຄອງເມືອງໄຊ,ແຂວງອຸດົມໄຊ

ເມືອງເງິນ ແຂວງໄຊຍະບູລີ ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ.

         
   ເພື່ອເປັນການຫວນຄືນມູນເຊື້ອວັນສ້າງຕັ້ງສະຫະ ພັນກຳມະບານລາວ ຄົບຮອບ 69 ປີ (01 ກຸມພາ 1956 -01 ກຸມພາ 2025) ແລະ ຜົນງານຂອງສະຫະພັນກຳ ມະບານເມືອງເງິນ ແຂວງໄຊຍະບູລີໃນໄລຍະຜ່ານມາ ໃນວັນທີ 4 ກຸມພາ 2025ນີ້ ຢູ່ທີຫ້ອງປະຊຸມໃຫຍ່ຂອງເມືອງເມືອງເງິນ ແຂວງໄຊຍະບູລີ.ໄດ້ຈັດພິທີປະຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ,ໂດຍການເປັນກຽດເຂົ້າຮ່ວມແລະໃຫ້ກຽດປະຖະກະຖາຂອງທ່ານ ນາງ ສີຈົມ ບຸນມານະທຳ ພະ ຮອງເລຂາພັກເມືອງໆເງິນ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ,ຮອງຫົວໜ້າຫ້ອງການ,ອົງການ,ກົມກອງ,ພະນັກງານຫຼັກແຫຼ່ງ,ຄະນະບໍລິຫານສະຫະພັນກຳມະບານເມືອງ, ຄະນະກຳມະບານຮາກຖານພ້ອມສະມາຊິກກຳມະບານພາຍໃນເມືອງເຂົ້າຮ່ວມ.
            ໃນພິທີທ່ານ ນາງສີຈົມ ບຸນມານະທຳ ຮອງເລຂາພັກເມືອງໆເງິນໄດ້ໃຫ້ກຽດປາຖະກະຖາເລົ່າຄືນມູນເຊື້ອຂອງວັນສ້າງຕັ້ງສະຫະພັນກຳມະບານລາວ ເຊີ່ງໄດ້ຍົກໃຫ້ເຫັນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງວັນສ້າງຕັ້ງສະພັນກຳມະບານລາວວັນທີ 01 ກຸມພາ 1956, ປະຫວັດຄວາມເປັນມາ ກໍ່ຄືໄລຍະການຕໍ່ສູ້ກູ້ຊາດ ຂອງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າໃນ ເມື່ອກ່ອນ ພາລະກໍາປະຫວັດສາດ, ຈຸດພິເສດ ເເລະ ຄຸນລັກສະນະອັນດີເລີດ ຂອງຊົນຊັ້ນກໍາມະກອນລາວ ໃນການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊົນຊັ້ນກໍາມະກອນລາວ ໃນເມື່ອກ່ອນຈົນເຖິງ ປັດຈຸບັນ ເເລະ ສະຫະພັນກໍາມະບານແຕ່ລະຂັ້ນໄດ້ເສີມຂະຫຍາຍທາດແທ້ລັກສະນະອັນດີເລີດ, ມູນເຊື້ອອັນ ດີງາມ ຂອງກໍາມະກອນລາວ ບັນດາເຜົ່າໃນຕະຫຼອດໄລຍະ 69 ປີ ໄດ້ທົບທວນຜົນງານຕົວຈິງ ຂອງສະຫະພັນ ກໍາມະບານ ໃນການເຄື່ອນໄຫວວຽກງານກໍາມະບານແຕ່ລະໄລຍະ ແລະ ຜົນງານພົ້ນເດັ່ນໃນຫນຶ່ງປີຜ່ານມາ.ຈຸດປະສົງກໍ່ເພື່ອເປັນການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກກໍາມະບານ, ກໍາ ມະກອນ ເເລະ ຜູ້ອອກແຮງງານ ໄດ້ຮັບຮູ້ເຖິງຄວາມຫມາຍ ແລະ ຄວາມສໍາຄັນ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະຫະພັນກໍາມະບານລາວ ໃນໄລຍະໃຫມ່ ເຊິ່ງເປັນອົງການຈັດຕັ້ງທີ່ເປັນຕົວແທນແຫ່ງການປົກປ້ອງ ສິດຜົນປະໂຫຍດອັນຊອບທໍາ ຂອງສະມາຊິກກໍາມະບານ, ກໍາມະກອນ ເເລະ ຜູ້ອອກແຮງງານ ພ້ອມທັງເປັນການ ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດ, ຄຸນລັກສະນະອັນດີເລີດ ຂອງຊົນຊັ້ນກໍາມະກອນລາວ ພາຍໃຕ້ ການນໍາພາ ຂອງພັກປະຊາຊົນປະຕິວັດລາວ; ເປັນການປຸກລະດົມຂົນຂວາຍໂຄສະນາໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ກ່ຽວກັບມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ, ທີ່ຕິດພັນກັບມູນເຊື້ອການຕໍ່ສູ້ກູ້ຊາດແຕ່ລະໄລຍະຈົນເຖິງປະຈຸບັນ ຂອງຊົນຊັ້ນກໍາມະກອນ ແລະ ຜົນງານການ ປະກອບສ່ວນເຂົ້າໃນການປົກປັກຮັກສາ ເເລະ ສ້າງສາພັດທະນາປະເທດຊາດ, ແນໃສ່ປູກຈິດສໍານຶກ ແລະ ຫວນ ຄືນມູນເຊື້ອອັນອົງອາດກ້າຫານ ຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ທີ່ໄດ້ຕັ້ງຫນ້າປະ ກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກໍາມະບານລາວ ແລະ ປຸກລະດົມໃຫ້ສະມາຊິກກໍາມະບານຕັ້ງຫນ້າ ປະຕິບັດວຽກງານວິຊາສະເພາະ ຂອງຕົນ, ມີລະບຽບວິໄນໃນການອອກແຮງງານ ແລະ ການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນກັບຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ”.ທັງເປັນການຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງແຜນນະໂຍບາຍ ຂອງພັກ, ກົດຫມາຍ, ລະບຽບການ ຂອງລັດ ແລະ ຂອງກໍາມະບານ ໃຫ້ສະມາຊິກກໍາມະບານ, ກໍາມະກອນ ເເລະ ຜູ້ອອກແຮງງານ ໃຫ້ມີຄວາມ ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄວາມສາມັກຄີແໜ້ນແຟ້ນຢູ່ອ້ອມຂ້າງພັກ.
        ໃນຕອນທ້າຍຍັງໄດ້ເຊື່ອມຊືມເອກະສານຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີXI ແລະ ຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກຄອມມູນິດຈີນ ຄັ້ງທີ XX





ມູມສູງ ເມືອງເງິນ ແຂວງໄຊຍະບູລີ ປະເທດລາວ Ngeng district, Xayaboury, Laos




Post a Comment

Previous Post Next Post